ການຝຶກອົບຮົມວິຊາຊີບແມ່ນການເສີມສ້າງທັກສະ ແລະ ຄວາມຮູ້ຄວາມສາມາດໃນສາຂາວິຊາໃດໜຶ່ງ ອີງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານນັ້ນໆ.
ການຝຶກອົບຮົມວິຊາຊີບແມ່ນມີຄວາມສຳຄັນຫຼາຍໃນການເສີມສ້າງທັກສະໃນການເຮັດວຽກໃນສາຂາວຽກງານໃດໜຶ່ງ ແລະ ຍັງສາມາດຊ່ວຍສ້າງລາຍໄດ້ທີ່ດີໃຫ້ແກ່ຕົນເອງ ແລະ ຄອບຄົວໄດ້ອີກດ້ວຍ.
ສູນພັດທະນາການສຶກສານອກໂຮງຮຽນ ກໍເປັນບ່ອນໜຶ່ງທີ່ມີການຈັດການຝຶກອົບຮົມຫຼາຍສາຂາວິຊາຊີບທີ່ແຕກຕ່າງກັນ ເຊິ່ງປັດຈຸບັນນີ້ປະກອບມີ 5 ສາຂາຫຼັກຄື: ການຝຶກອົບຮົມຊ່າງໄມ້, ການຝຶກອົບຮົມການເສີມຄວາມງາມ, ການຝຶກອົບຮົມການຕັດຫຍິບ, ການຝຶກອົບຮົມການປຸ່ງແຕ່ງອາຫານ ແລະ ການຝຶກອົບຮົມການປູກຝັງ-ລ້ຽງສັດ

ການຝຶກອົບຮົມວິຊາຊີບຊ່າງໄມ້:
ແມ່ນການຝຶກເຮັດເຄື່ອງເຟີນິເຈີ ເຊິ່ງເປັນສິ່ງທີ່ກຳລັງໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ
ການຝຶກອົບຕັດຫຍິບ:
ເປັນການຝຶກຕັດ, ຫຍິບ ແລະ ອອກແບບເຄື່ອງນຸ່ງ ເຊິ່ງກໍເປັນສາຂາວິຊາຊີບໜຶ່ງທີ່ສາມາດສ້າງລາຍຮັບທີ່ດີໃຫ້ແກ່ຜູ້ປະກອບອາຊີບນີ້

-
ການຝຶກອົບຮົມການເສີມຄວາມງາມ:
ເປັນການຝຶກການຕົບແຕ່ງໜ້າຕາ ແລະ ຊົງຜົມໃນເວລາອອກງານ ເຊິ່ງເປັນອາຊີບໜຶ່ງທີ່ສາມາດຫາລາຍໄດ້ທີ່ດີ ແລະ ງ່າຍໆ
ການຝຶກອົບຮົມການປຸງແຕ່ງ:
ເປັນການຝຶກເຮັດອາຫານ, ຂອງຫວານຕ່າໆ ເຊິ່ງການຝຶກສາຂານີ້ແມ່ນມີຄວາມສຳຄັນຫຼາຍສຳລັບທຸກຄົນໂດຍສະເພາະແມ່ນແມ່ເຮືອນຂອງພວກເຮົາ ແລະ ຍັງສາມາດເຮັດຂາບເປັນອາຊີບໄດ້
-
ການຝຶກອົບຮົມການປູກຝັງ-ລ້ຽງສັດ:
ເປັນການຝຶກວິທີການຕັດກິ່ງຕໍ່ງ່າເບ້ຍໄມ້ ແລະ ພືດພັນຕ່າງໆ, ຝຶກວິທີການລ້ຽງກົບ,ລ້ຽງປາ… ເຊິ່ງສາຂາວິຊາຊີບນີ້ສາມາດເຮັດເປັນທຸລະກິດແບບຄອບຄົວໄດ້

I am text block. Click edit button to change this text. Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.