ການຄິດແບບວິເຄາະແມ່ນ ຄວາມສາມາດໃນການຄິດຢ່າງລະອຽດ ແລະ ກ່ຽວ ພັນກັບສິ່ງທີ່ຈະເຮັດ ຫຼື ສິ່ງທີ່ຄວນຈະເຊື່ອຖືໄດ້ ເຊິ່ງລວມທັງຄວາມສາມາດໃນ ການນໍາເອົາແນວຄວາມຄິດທີ່ເປັນເອກະລາດ ແລະ ສາມດນໍາໄປໃຊ້ໃຫ້ເກີດປະ ໂຫຍດໄດ້. ຄົນທີ່ມີທັກສະໃນການຄິດແບບວິເຄາະແມ່ນຈະຕ້ອງປະກອບມີ ຄວາມສາມາດດັ່ງລຸ່ມນີ້:
ເຂົ້າໃຈກ່ຽວກັບການເຊື່ອມຕໍ່ລະຫວ່າງແນວຄວາມຄິດຢ່າງມີເຫດມີຜົນ
ສາມາດຈໍາແນກໂຄງສ້າງ ແລະ ປະເມີນສະຖານະການໃດໜຶ່ງໄດ້
ສາມາດກວດສອບສິ່ງທີ່ບໍ່ແນ່ນອນ ແລະ ຄວາມຜິດພາດດ້ວຍເຫດ ແລະ ຜົນ
ສາມາດແກ້ໄຂບັນຫາຢ່າງເປັນລະບົບ
ສາມາດຈໍາແນກແນວຄວາມຄິດທີ່ມີຄວາມສໍາຄັນ ແລະ ກ່ຽວພັນກັນ
ສະທ້ອນໃຫ້ເຫັນເຖິງເຫດຜົນ ຫຼື ແນວຄວາມຄິດສ່ວນຕົວຂອງບຸກຄົນໃດໜຶ່ງ
ຂໍ້ມູນເພີ່ມເຕີມກ່ຽວກັບການຄິດແບບວິເຄາະໃນວິດີໂອລຸ່ມນີ້
In this playlist you find a few different videos about the conept of critical thinking and same ideas.
ການຄິດແບບວິເຄາະ ແລະ ທິດສະດີຂອງ Bloom’s taxonomy
Benjamin Bloom (1956) ໄດ້ພັດທະນາການຈັດລະດັບປະເພດຂອງພຶດຕິກໍາການຮຽນຮູ້ຂອງຄົນເຮົາໄວ້ວ່າ:
ການຈັດລະດັບປະເພດຂອງພຶດຕິກໍາການຮຽນຮູ້ຂອງຄົນເຮົາ ປະກອບມີ 3 ດ້ານ ເຊັ່ນ: ດ້ານຫົວຄິດມັນສະໝອງ, ດ້ານສະຕິປັນຍາ ແລະ ດ້ານປະສິດທິພາບ.
ພາຍໃຕ້ຂອບເຂດຂອງຫົວຄິດມັນສະໝອງ ສາມາດລະບຸໄດ້ໃນ 6 ລະດັບ ເຊັ່ນ: ລະດັບຄວາມຮູ້, ຄວາມເຂົ້າໃຈ, ການນໍາເອົາໄປໃຊ້, ການວິເຄາະເຫດການ, ການສັງລວມເຫດການ, ແລະ ການປະເມີນຜົນ.
ຂໍ້ມູນເພີ່ມເຕີມ:

ວິທີນໍາໃຊ້ການຄິດແບບວິເຄາະ ແລະ ທິດສະດີຂອງ Bloom’s taxonomy
ການຈື່ຈຳຂໍ້ມູນ: ແມ່ນການຊອກຫາ ຫຼື ຈື່ຈໍາຂໍ້ມູນຕ່າງໆ.
ຄໍາສັບທີ່ອ້າງອີງເຖິງການຈື່ຂໍ້ມູນ ເຊັ່ນຄໍາວ່າ: ບັນທຶກຂໍ້ມູນ, ຊອກຫາ, ລາຍຊື່ ຫຼື ລາຍການ, ລະບຸ ຫຼື ນໍາແນກ, ອະທິບາຍ, ຈື່ຈໍາ, ຈໍາກັດ ຫຼື ຂອບເຂດ
- ໃຜ
- ດ້ວຍວິທີໃດ?
- ແມ່ນຫຍັງ?
- ອະທິບາຍ.
- ຢູ່ໃສ່?
- ເມື່ອໃດ?
ຄວາມເຂົ້າໃຈ: ສ້າງຄວາມເຂົ້າໃຈ ແລະ ຕື່ນຕົວຕໍ່ຂໍ້ມູນທີ່ໄດ້
ຄໍາສັບທີ່ອ້າງອີງເຖິງຄວາມເຂົ້າໃຈ ເຊັ່ນຄໍາວ່າ: ຕີຄວາມໝາຍ, ສະຫຼຸບໃຈຄວາມ, ອະທິບາຍ, ຕີຄວາມໝາຍ, ພິຈາລະນາປຶກສາຫາລື
- ບອກຄືນ___ໃນຮູບແບບຂອງຄໍາເວົ້າຂອງຕົນເອງ.
- ໃຫ້ບອກຄວາມແຕກຕ່າງລະຫວ່າງ __ ?
- ແມ່ນຫຍັງທີ່ເປັນແນວຄວາມຄິດຫຼັກຂອງ __?
- ເຈົ້າສາມາດຂຽນໂຄງຮ່າງໂດຍຫຍໍ້ໄດ້ບໍ່ __?
- ເຈົ້າສາມາດອະທິບາຍໄດ້ບໍ່ __?
- ຍົກຕົວຢ່າງຂອງ __?
ການເອົາຂໍ້ມູນໄປນໍາໃຊ້: ນໍາໃຊ້ຂໍ້ມູນເຂົ້າໃນສະຖານະການແບບໃໝ່ (ແຕ່ໃຫ້ຄ້າຍຄືກັນ).
(ຄໍາສັບທີ່ອ້າງອີງເຖິງການເອົາຂໍ້ມູນໄປນໍາໃຊ້ ເຊັ່ນຄໍາວ່າ: ນໍາໃຊ້, ແຜນພາບ ຫຼື ຮູບພາບໃນການອະທິບາຍ, ແຜນຜັງ, ແຕ້ມ, ນໍາໃຊ້, ແກ້ໄຂ, ຄິດໄລ່)
- ຕົວຢ່າງຂອງ ___ ເປັນແບບໃດ?
- ເຈົ້າຮູ້ຈັກຕົວຢ່າງອື່ນໆອີກບໍ່ ___ ຢູ່ໃສ?
- ມັນມີຄວາມກ່ຽວຂ້ອງກັນແນວໃດ ___ ?
- ສິ່ງຕ່າງໆນີ້ສາມາດເກີດຂຶ້ນໃນ ___ ໄດ້ບໍ່?
- ຍ້ອນຫຍັງ ___ ມັນຈິ່ງມີຄວາມສໍາຄັນ ?
- ມັນຈະເກີດຫຍັງຂຶ້ນ, ຖ້າ ___?
ການວິເຄາະ: ໄຈ້ແຍກຂໍ້ມູນອອກຈາກກັນ ແລະ ຊອກຫາຄວາມສໍາພັນກັນລະ ຫວ່າງຂໍ້ມູນ ຫຼື ເຫດການ.
(ຄໍາສັບທີ່ອ້າງອີງເຖິງການວິເຄາະ ເຊັ່ນຄໍາວ່າ: ຈັດປະເພດ ຫຼື ໝວດ, ພິຈາລະນາ, ປຽບທຽບ, ຈັດລຽງ)
- ຈຸດພິເສດຂອງພາກສ່ວນຕ່າງໆແມ່ນຫຍັງ _ ?
- ມີຫຼັກຖານຫຍັງທີ່ເຈົ້າສາມາດສະແດງໃຫ້ເຫັນ _ ?
- ຈັດເປັນໝວດ _ ໂດຍອີງຕາມ _ .
- ມັນສາມາດປຽບທຽບກັບ _ ໄດ້ແນວໃດ?
- ເຈົ້າສາມາດສະຫຼຸບຫຍັງໄດ້ແນ່ _ ກ່ຽວກັບ _ ?
ການປະເມີນຜົນ: ແມ່ນຂໍ້ມູນທີ່ໄດ້ຜ່ານການກວດສອບ ແລະ ຕີລາຄາຢ່າງລະອຽດ
(ຄໍາສັບທີ່ອ້າງອີງເຖິງການປະເມີນຜົນ ເຊັ່ນຄໍາວ່າ: ການຕີລາຄາ, ການທົດລອງ, ການວິພາກ, ການຕີຄວາມໝາຍ, ການຕໍານິຕິຊົມຕ່າງໆ)
- ເຈົ້າເຫັນດີບໍ່ວ່າ __ ? ຈົ່ງອະທິບາຍ.
- ຈັດລໍາດັບ __ ໂດຍອີງຕາມ ?
- ເຈົ້າຄິດວ່າແນວໃດ __ ?
- ເຈົ້າຕັດສິນໃຈແບບໃດ __ ?
- ແມ່ນຫຍັງທີ່ສໍາຄົນທີ່ສຸດ?
- ເຈົ້າໄດ້ນໍາໃຊ້ມາດຖານ/ບັນທັດຖານຫຍັງໃນການປະເມີນ __ ?
ການປະດິດສ້າງ: ແມ່ນການນໍາໃຊ້ຂໍ້ມູນຕ່າງ ເພື່ອສ້າງໃຫ້ເກີດສິ່ງໃໝ່
ຄໍາສັບທີ່ອ້າງອີງເຖິງການປະເມີນຜົນ ເຊັ່ນຄໍາວ່າ: ການອອກແບບ, ການສ້າງ, ປະຕິບັດ, ການວາງແຜນ, ການຜະລິດ, ການຄົ້ນຄິດ, ການປະດິດ
- ເຈົ້າຄາດການຈາກຫຍັງ __?
- ເວົ້າມີວິທີແກ້ໄຂບັນຫາແບບໃດເພື່ອແນະນໍາ __?
- ເຈົ້າຕ້ອງການເພິ່ມຄວາມຄິດແບບໃດຕື່ມ __?
- ຈະເກີດຫຍັງຂຶ້ນຖ້າຫາກເຈົ້າເອົາ __ ເຂົ້າຫາກັນ?
- ເຈົ້າຈະສ້າງ ຫຼື ອອກແບບ __ ໃໝ່, ແບບໃດ?
- ມັນຈະເປັນແນວໃດ __ ຖ້າ?