ຂະແໜງບໍລິຫານແມ່ນຂະບວນການເຮັດວຽກຮ່ວມກັບຜູ້ອື່ນເພື່ອໃຫ້ເກີດຜົນໂຫຍດຕາມເປົ້າໝາຍຢ່າງມີປະສິດທິພາບ, ເປັນບ່ອນພົວພັນຄົນກັບຄົນ, ເອກະສານ ແລະ ອື່ນໆ.
ມີພາລະບົດບາດໜ້າທີ່ດັ່ງນີ:
1) ເຮັດວຽກຈັດຕັ້ງ–ພະນັກງານ ແລະ ສະຫວັດດີການ
2) ບໍລິຫານວຽກງານປະຈໍາວັນ ແລະ ຕິດຕາມການເຄື່ອນໄຫວກິດຈະກຳຕ່າງໆພາຍໃນສູນ
3) ຄຸ້ມຄອງເອກະສານຂາເຂົ້າ–ຂາອອກ
4) ຮ່າງຂໍ້ຕົກລົງ,ສັນຍາ,ແຈ້ງການ ແລະ ຕອບຈົດໝາຍທາງການ ຂອງຜູ້ອຳນວຍການສູນ
5) ເກັບກໍາ ແລະ ສັງລວມຂໍ້ມູນດ້ານຕ່າງໆຂອງສູນ, ສັງລວມແຜນການ, ບົດສະຫຼຸບ ແລະ ບົດລາຍງານຂອງ ແຕ່ລະໄລຍະ (ປະຈໍາອາທິດ, ເດືອນ, 3 ເດືອນ, 6 ເດືອນ, 1 ປີ ຫຼື ຫຼາຍກວ່າ 1 ປີ)
6) ຄຸ້ມຄອງອາຄານສະຖານທີ່, ພາຫະນະ, ໄຟຟ້າ, ນໍ້າປະປາ, ໂທສະສັບ–ອິນເຕີເນັດ, ວັດສະດຸ–ອຸປະກອນ, ການກໍ່ສ້າງ ແລະ ສ້ອມແປງ
7) ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມຈົບງານພາຍໃນສູນ
8) ຂຶ້ນແຜນງົບປະມານ, ສະຫລຸບລາຍຮັບ–ລາຍຈ່າຍ, ຄຸ້ມຄອງດ້ານການເງິນ–ການບັນຊີ ແລະ ຄັງເງິນສົດ
ກິດຈະກຳຂອງຂະແໜງ
1. ວຽກງານຫ້ອງການ
2. ວຽກຈັດຕັ້ງ ແລະ ພະນັກງານ
3. ວຽກງານການເງິນ
– ວຽກງານງົບປະມານ
– ວຽກງານບັນຊີ
– ວຽກຄັງເງິນສົດ
– ຄຸ້ມຄອງຊັບສິນ
4. ວຽກປະຊາສໍາພັນຕ່າງໆ