ສັງຄົມຍຸກປັດຈຸບັນນີ້ແມ່ນນິຍົມກັນຕັດເຄື່ອງນຸ່ງບໍ່ວ່າຈະເປັນເສື້ອຜູ້ຍິງ, ຜູ້ຊາຍ, ສິ້ນ, ໂສ້ງ, ສູດຕ່າງໆ ໂດຍສະເພາະໃນເວລາມີງານເຊັ່ນ: ງານແຕ່ງງານບໍ່ວ່າຈະເປັນຜູ້ສາວ ຫຼື ຜູ້ເຖົ້າກໍຕ່າງພາກັນແຫ່ຕັດເຄື່ອງ ສະນັ້ນ, ຈຶ່ງເປັນສາເຫດເຮັດໃຫ້ຜູ້ທີ່ປະກອບອາຊີບ
ຕັດຫຍິບມີລາຍຮັບທີ່ດີ ໂດຍສະເພາະແມ່ນຜູ້ທີ່ມີຝີມືດີມີຄວາມປານີດເພາະລູກຄ້າຕ່າງ
ກໍມັກໃຫ້ຊຸດຂອງຕົນເອງອອກມາງາມ ແລະ ພໍດີບໍ່ມີຕຳນິ ແຕ່ການທີ່ຈະມີຝີມືດີ ແລະ ມີຄວາມປານີດນັ້ນຕ້ອງໄດ້ຜ່ານການຮຽນຈາກຜູ້ທີ່ມີຄວາມຊຳນານ ຮູ້ແບບນີ້ແລ້ວເຊື່ອ
ວ່າຫຼາຍຄົນທີຍັງບໍ່ມີວຽກເຮັດງານທຳຄົງຈະສົນໃຈກ່ຽວກັບວຽກງານວ່າຕ້ອງເຮັດແນວ ໃດຈຶ່ງຊິໄດ້ເປັນຊ່າງຕັດຫຍິບທີ່ມີຝີມືດີ,ສາມາດຮຽນຢູ່ໃສແລະໜ້າສົນໃຈແນວໃດເຮົາ ມາເບິ່ງກັນເລີຍ
ສູນພັດທະນາການສຶກສານອກໂຮງຮຽນ ເປັນບ່ອນໜຶ່ງທີ່ມີການຈັດຝຶກອົບຮົມຕັດຫຍິບໃຫ້ແກ່ຜູ້ທີ່ມີຄວາມສົນໃຈໂດຍບໍ່ໄດ້ຈຳກັດອາຍຸ, ເພດ ແລະ ລະດັບການສຶກສາທີ່ບໍ່ມີວຽກເຮັດງານທຳ ແລະ ຜູ້ທີ່ສົນໃຈ ເພື່ອໃຫ້ພວກເຂົາມີທັກສະຄວາມສາມາດດ້ານວິຊາຊີບການຕັດຫຍິບທີ່ໄດ້ມາດຕະຖານ ແລະ ສາມາດປະກອບອາຊີບຫາລ້ຽງຕົນເອງໄດ້ ເພື່ອປັບປຸງ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ
ຂໍ້ມູນກ່ຽວກັບວຽກງານການຝຶກອົບຮົມວິຊາຊີບຢູ່ ສູນພັດທະນາການສຶກສານອກໂຮງຮຽນ
ສູນພັດທະນາການສຶກສານອກໂຮງຮຽນ ມີການຈັດຝຶກອົບຮົມວິຊາຊີບຫຼາຍສາຂາທີ່ມີຄຸນນະພາບ ໃນນັ້ນການຝຶກອົບຮົມການຕັດຫຍິບກໍເປັນສາຂາໜຶ່ງທີ່ເປັນຂະບວນການຟົດຟື້ນ ແລະ ໄດ້ຄຸນນະພາບເນື່ອງຈາກທາງ ສູນມີຄູຝຶກທີ່ມີສີມື ແລະ ມີປະສົບການໃນການເຮັດວຽກຕັດຫຍິບມາຫຼາຍປີ, ມີເຄື່ອງມືທີ່ທັນສະໄໝ ແລະ ມີຫຼັກສູດທີ່ຮັດກຸມເຮັດໃຫ້ຜູ້ທີ່ເຂົ້າຮັບການຝຶກອົບຮົມສາມາດຮຽນທິດສະດີ ແລະ ປະຕິບັດຕົວຈິງໄປພ້ອມ
ຄູຝຶກ
Title

ທ່ານ ນາງ ໄອ່ພອນ ຈັນທະຈິບ ຫົວໜ້າຄູຝຶກຕັດຫຍິບ ເປັນຄູຝຶກທີ່ມີປະສົບການສູງໃນການສິດສອນກ່ໜວກັບການຕັດຫຍິບ

ທ່ານ ນາງ ແກ່ນສີ ສໍປະເສີດ ຄູຝຶກຕັດຫຍິບທີ່ມີຄວາມຮູ້ຄວາມສາມາດສູງໃນການສິດສອນເປັນຢ່າງດີ
ຫຼັກສູດການຝຶກອົບຮົມ
ລະດັບຕົ້ນ
- ຫຼັກສູດຝຶກອົບຮົມຂອງພວກເຮົາຈະໃຊ້ເວລາ 1 ເດືອນ
- ຮຽນວັນຈັນ-ວັນສຸກ ເວລາ 8:30-16:30
- ຮຽນຕັດສິ້ນ, ເສື້ອບໍ່ມີຄໍ, ກະໂປ່ງຂັ້ນພື້ນຖານ
- ຄ່າຮຽນ 450,000 ກີບ
ລະດັບກາງ:
- ຫຼັກສູດຝຶກອົບຮົມຂອງພວກເຮົາຈະໃຊ້ເວລາ 3 ເດືອນ
- ຮຽນວັນຈັນ-ວັນສຸກ ເວລາ 8:30-16:30
- ຮຽນຕັດສິ້ນ, ເສື້ອ, ໂສ້ງ ແລະ ສາມາດອອກແບບເສື້ອເອງຕາມໃຈ
- ຄ່າຮຽນ 750,000 ກີບ
ສິ່ງອຳນວຍຄວາມສະດວກ
I am text block. Click edit button to change this text. Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.
ສະພາບແວດລ້ອມ ແລະ ສິ່ງອຳນວຍຄວາມສະດວກ:
ທາງສູນພັດທະນາການສຶກສານອກໂຮງຮຽນ ມີຫໍພັກໃຫ້ຢູ່ຟີ, ມີຄູຝຶກທີ່ມີຝີມືດີ ແລະ ມີເຄື່ອງມືທີ່ທັນສະໄໝໃຊ້ເຂົ້າປະກອບໃນການຮຽນ-ການສອນເຊັ່ນ: ຈັກຫຍິບ, ຈັກແຊັກ, ເຕົາລີດ ແລະ ອຸປະກອນອື່ນໆທີ່ໃຊ້ໃນການຕັດຫຍິບຄົບຊຸດ
Title
ຜົນຂອງການຝຶກອົບຮົມ
ພາຍຫຼັງສຳເລັດການຝຶກອົບຮົມແລ້ວ ຮັບປະກັນໄດ້ວ່າຜູ້ທີ່ໄດ້ຮັບການຝຶກອົບຮົມຈະສາມາດນຳເອົາບົດຮຽນທີ່ໄດ້ຮຽນມານັ້ນມານຳໃຊ້ໃນການ
- ຕັດເສື້ອ, ສິ້ນ, ໂສ້ງ, ກະໂປ່ງຕາມຮູບແບບທີ່ໄດ້ຮຽນມາ ແລະ ຍັງສາມາດອອກແບບຕາມທີ່ຕົນມັກ
- ສາມາດປະກອບອາຊີບກັບຫ້ອງການ, ອົງກອນ, ບໍລິສັດຕັດຫຍິບຕ່າງໆ
- ສາມາດເຮັດເປັນທຸລະກິດສ່ວນຕົວໄດ້.
ຕ້ອງບອກຜູ້ຮຽນຕຽມໂຕຈັງໃດ.ອຸປະກອນການຮຽນຊື້ເອງບໍ່