ປັດຈຸບັນເຟີນິເຈີແມ່ນມີຄວາມສຳຄັນຫຼາຍ ແລະ ຂາດບໍ່ໄດ້ບໍ່ວ່າຈະເປັນຢູ່ເຮືອນ, ຫ້ອງການ, ຫ້ອງຮຽນ ແລະ ຕາມຫ້າງຮ້ານຕ່າງໆ ເຊິ່ງເຮັດໃຫ້ຜູ້ປະກອບອາຊີບຊ່າງໄມ້ມີລາຍໄດ້ດີ ຮູ້ແບບນີ້ແລ້ວເຊື່ອວ່າຫຼາຍຄົນທີຍັງບໍ່ມີວຽກເຮັດງານທຳຄົງຈະສົນໃຈກ່ຽວກັບວຽກງານຊ່າງໄມ້ວ່າຕ້ອງເຮັດແນວໃດຈຶ່ງຊິໄດ້ເປັນຊ່າງໄມ້, ສາມາດຮຽນຢູ່ໃສ ແລະ ໜ້າສົນໃຈແນວໃດເຮົາມາເບິ່ງກັນເລີຍ
ສູນພັດທະນາການສຶກສານອກໂຮງຮຽນ ເປັນບ່ອນໜຶ່ງທີ່ມີການຈັດຝຶກອົບຮົມຊ່າງໄມ້ໃຫ້ແກ່ຊາວໜຸ່ມລາວຜູ້ທີ່ມີອາຍຸລະຫວ່າງ 15-40 ທີ່ບໍ່ມີວຽກເຮັດງານທຳ ແລະ ຜູ້ທີ່ສົນໃຈ ເພື່ອໃຫ້ພວກເຂົາມີທັກສະຄວາມສາມາດດ້ານວິຊາຊີບຊ່າງໄມ້ທີ່ໄດ້ມາດຕະຖານ ແລະ ສາມາດປະກອບອາຊີບຫາລ້ຽງຕົນເອງໄດ້ ເພື່ອປັບປຸງ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ
ຂໍ້ມູນກ່ຽວກັບວຽກງານການຝຶກອົບຮົມ
ສູນພັດທະນາການສຶກສານອກໂຮງຮຽນ ມີການຈັດຝຶກອົບຮົມວິຊາຊີບຫຼາຍສາຂາທີ່ມີຄຸນນະພາບ ໃນນັ້ນການຝຶກອົບຮົມຊ່າງໄມ້ກໍເປັນສາຂາໜຶ່ງທີ່ເປັນຂະບວນການຟົດຟື້ນ ແລະ ໄດ້ຄຸນນະພາບເນື່ອງຈາກທາງ ສູນມີຄູຝຶກທີ່ມີສີມື ແລະ ມີປະສົບການໃນການເຮັດວຽກຊ່າງໄມ້ມາຫຼາຍປີ, ມີເຄື່ອງມືທີ່ທັນສະໄໝ ແລະ ມີຫຼັກສູດທີ່ຮັດກຸມເຮັດໃຫ້ຜູ້ທີ່ເຂົ້າຮັບການຝຶກອົບຮົມສາມາດຮຽນທິດສະດີ ແລະ ປະຕິບັດຕົວຈິງໄປພ້ອມ
ຄູຝຶກ

ທ່ານ ແພງດີ ມະຫາສະໜຸກ ຫົວໜ້າຄູຝຶກຊ່າງໄມ້ ເປັນຄູຝຶກທີ່ມີປະສົບການຫຼາຍໃນການສິດສອນກ່ຽວກັບວຽກຊ່າງໄມ້

ທ່ານ ທອງອຽງ ພິລາຈັນ ຄູຝຶກຊ່າງໄມ້ ທີ່ມີຄວາມຮູ້ຄວາມສາມາດໃນການສິດສອນເປັນຢ່າງດີ

ທ່ານ ອໍລະວັນ ໝັ້ນໂນລິນ ຄູຝຶກຊ່າງໄມ້ ທີ່ມີຄວາມຮູ້ຄວາມສາມາດໃນການສິດສອນເປັນຢ່າງດີ
ຫຼັກສູດການຝຶກອົບຮົມ

1. ລະດັບຕົ້ນ:
- ຫຼັກສູດຝຶກອົບຮົມຂອງພວກເຮົາຈະໃຊ້ເວລາ 3 ເດືອນ
- ຮຽນວັນຈັນ-ວັນສຸກ ເວລາ 8:30-16:30
- ຮຽນເຮັດຕັ່ງອີ້, ຕັ່ງຫົວໂລ້ນນ້ອຍ, ໂຕະທຳມະດາ ແລະ ຕູ້ໃສ່ເອກະສານ

2. ລະດັບກາງ:
- ຫຼັກສູດຝຶກອົບຮົມຂອງພວກເຮົາຈະໃຊ້ເວລາ 3 ເດືອນ
- ຮຽນວັນຈັນ-ວັນສຸກ ເວລາ 8:30-16:30
- ຮຽນເຮັດຕັ່ງມີເບາະຂາຈ່າງ, ໂຕະກາເຟຂາຈ່າງ, ຕັ່ງສາມຂາ, ຕູ້ໃສ່ເຄື່ອງມີລີ້ນຊັກລໍ້ເລື່ອນ

3. ລະດັບສູງ:
- ຫຼັກສູດຝຶກອົບຮົມຂອງພວກເຮົາຈະໃຊ້ເວລາ 4 ເດືອນ
- ຮຽນວັນຈັນ-ວັນສຸກ ເວລາ 8:30-16:30
- ຮຽນເຮັດຕັ່ງວາງແຂນ, ຕັ່ງຫົວໂລ້ນຂາຈ່າງ ແລະ ໃຫ້ຜູ້ເຂົ້າຮັບການຝຶກອົບຮົມອອກແບບເອງຕາມໃຈ
ຊີວິດການເປັນຢູ່ ແລະ ສິ່ງອຳນວຍຄວາມສະດວກ
ສະພາບແວດລ້ອມ ແລະ ສິ່ງອຳນວຍຄວາມສະດວກ:
ທາງສູນພັດທະນາການສຶກສານອກໂຮງຮຽນ ມີຫໍພັກໃຫ້ຢູ່ຟີ, ມີຄູຝຶກທີ່ມີຝີມືດີ ແລະ ມີເຄື່ອງມືທີ່ທັນສະໄໝໃຊ້ເຂົ້າປະກອບໃນການຮຽນ-ການສອນ
ຜົນຂອງການຝຶກອົບຮົມ
ພາຍຫຼັງສຳເລັດການຝຶກອົບຮົມແລ້ວຮັບປະກັນໄດ້ວ່າຜູ້ທີ່ໄດ້ຮັບການຝຶກອົບຮົມຈະສາມາດນຳເອົາບົດຮຽນທີ່ໄດ້ຮຽນມານັ້ນມານຳໃຊ້ໃນການ
- ເຮັດເຟີນິເຈີຕາມຫຼັກສູດທີ່ໄດ້ຮຽນ ແລະ ຕາມແບບທີ່ຕົນເອງມັກ
- ສາມາດປະກອບອາຊີບກັບຫ້ອງການ, ອົງກອນ, ບໍລິສັດໃດໜຶ່ງທີ່ເຮັດວຽກກ່ຽວກັບການເຮັດເຄື່ອງເຟີນິເຈີ
- ສາມາດເຮັດເປັນທຸລະກິດສ່ວນຕົວໄດ້.